WELCOME TO PRAYATAN COUNTRY
ສາສນາ ພຣະຍາແຖນ
HOME
ABOUT US
PRAYATAN
AYUVATHANA
MILKY WAY
EMERALD BUDDHA
ENTERTAINMENT
PRAYATAN HALL
PRAYATANISM
GOD OF DEAD
STORE
ALKALINE
TANTRUST
CONTACT US
UNITED STATES OF UNIVERSE ( USU )
ສະຫະຣັຖແຫ່ງຈັກກະວານ
PRAYATAN IT'S A DIFFERENT WORLD
ລັດທິພຣະຍາແຖນນິຍົມ
PRAYATANISM
ຢູ່ໃນໂລກມະນຸດເຮົາໃນປັດຈຸບັນນີ້ມີລັດທິທີ່ຄົນສ່ວນຫລາຍຮູ້ຈັກກັນຢູ່
2
ລັດທິໃຫ່ຍຄື
:
1.
ລັດທິທືນນິຍົມ
Capitalism
2.
ລັດທິສັງຄົມນິຍົມ
Socialism
ລັດທິທັງສອງລະບົບນີ້ມີນະໂນບາຍແລະພາກປະຕິບັດແຕກຕ່າງກັນ ແຕ່ທັງສອງລັດທິນີ້ຈະຖືວ່າ
ລັດທິໃດລັດທິນື່ງນັ້ນດີເລີດເປັນທີ່ສຸດແລ້ວກໍບໍ່ມີໃຜສາມາດເວົ້າໄດ້ເຖິງຈະກ້າສາມາດເວົ້າໄດ້ກໍຈະ
ບໍ່ຖືກກໍຄືຈະເປັນການຕົວະຕົນເອງຫລາຍກວ່າ ຂ້ອຍພຣະເຈົ້າບໍ່ຂໍລົງເລິກໃນເລື້ອງນີ້ເພາະພວກ
ທ່ານຄົງຮູ້ແລະກໍເຂົ້າໃຈແລ້ວ ສວ່ນທີ່ຂ້ອຍພຣະເຈົ້າຈະເວົ້າໃນທີ່ນີ້ກໍຄື
ລັດທິພຣະຍາແຖນນິຍົມ
ຫລືເອີ້ນສັ້ນໆວ່າ
ລັດທິແຖນນິຍົມ
I.
ຄໍາຖາມ
ລັດທິແຖນນິຍົມແມ່ນຫຍັງ
?
ຄໍາຕອບ
ລັດທິແຖນນິຍົມ ຫລື ລັດທິແຖນ ລັດທິນີ້ແມ່ນລັດທິທີ່ໃດ້ມາຈາກແຖນ ເຈົ້າຟ້າພຣະຍາແຖນ
ທ່ານພຣະອົງປະທານລັດທິນີ້ມາໃຫ້ມະນຸດພວກເຮົານໍາມາປະຕິບັດຖ້າຫາກວ່າພວກເຮົາທຸກຄົນ
ເຊື່ອຖືນັບຖືແລະປະຕິບັດຕາມກົດເກນຂອງແຖນຢ່າງເຄັ່ງຄັດ ໂລກມະນຸດຂອງພວກເຮົາກໍຈະບໍ່
ມີການກົດຂີ່ຂົ່ມເຫງ ບໍມີການເອົາລັດເອົາປຽບ ບໍ່ມີຄວາມແຕກຕ່າງຫ່າງໃກກັນຫລາຍລະຫ່ວາງ
ຄົນທຸກກັບຄົນຮັ່ງ ຈະບໍ່ມີການຈໍາແນກເຊື້ອຊາດຜິວພັນ ປະຊາຊົນພົລເມືອງທັງໂລກຈະເປັນ
ດັ່ງຄົນໃນຄອບຄົວດຽວກັນ ທຸກຄົນໃດ້ຮັບສິດສເມີພາບ ທຸກຄົນຢູ່ດີກິນດີ ເມື່ອນັ້ນໂລກທັງໂລກ
ກໍຈະມີແຕ່ຄວາມຢູ່ເຢັນເປັນສຸຂ
II.
ຄໍາຖາມ
ລັດທິແຖນນິຍົມ ກັບ ສອງລັດທິທີ່ກ່າວມາຂ້າງເທິງນີ້ມີຄວາມແຕກຕ່າງກັນແນວໃດ
?
ຄໍາຕອບ
ລັດທິແຖນນິຍົມ ກັບ ສອງລັດທິທີ່ກ່າວມາຂ້າງເທິງນັ້ນແມ່ນມີຄວາມແຕກຕ່າງກັນຫລາຍທີ່ສຸດ
ຂໍຍົກເອົາບາງຂໍ້ຂອງທິດສະດີມາສເນີໃຫ້ຮູ້ດັ່ງນີ້ຄື
:
1.
ໂລກທັງໂລກໂຮມເຂົ້າກັນເປັນປະເທດດຽວ ຫມາຍຄວາມວ່າ ທຸກໆປະເທດທີ່ເປັນສະມາຊິກ
ຂອງ ສະຫະປະຊາຊາດ
UNITED NATIONS ( UN )
ດັ່ງເຊັ່ນໃນປັດຈຸບັນນີ້ ໂຮມຕົວກັນເຂົ້າ
ເປັນປະເທດດຽວ
ຕົວຢ່າງ
:
ປະເທດນີ້ມີຊື່ວ່າ
UNITED STATES OF UNIVERSE ( USU )
ຄວາມລາວເອີ້ນວ່າ
ປະເທດ ສະຫະຣັຖແຫ່ງຈັກກະວານ
ຈະເອົາຊື່ນີ້ຫລືເອົາຊື່ອື່ນກໍໃດ້ແລ້ວແຕ່
ຄົນສ່ວນຫລາຍເຫັນດີ
2.
ປະຊາຊົນພົລເມືອງຫົມດທັງໂລກ ຂຶ້ນກັບການບໍລິຫານຂອງປະທານ
PRESIDENT
ກໍຄືຄະນະຣັຖບານອັນດຽວກັນ
3.
ມະນຸດທັງຫມົດໃນໂລກໃຊ້ເງິນສະກຸນອັນດຽວກັນ
4.
ມະນຸດທັງຫມົດໃນໂລກເວົ້າຈາກໍຄືໃຊ້ພາສາເວົ້າ ຫລື ພາສາຂຽນອັນດຽວກັນ
5.
ມະນຸດທັງຫມົດໃນໂລກສາມາດໄປໃສມາໃສກໍຄືສາມາດເດີນທາງໄປໃດ້ທົ່ວໂລກໂດຍບໍ່ຕ້ອງ
ມີ
Passport
ຫລືຂໍອະນຸຍາດ
Visa
ພໍພຽງແຕ່ມີບັດປະຈໍາໂຕອັນດຽວກໍຖືວ່າໃຊ້ໃດ້
6.
ມະນຸດທັງຫມົດໃນໂລກໃຊ້ກົດຫມາຍອັນດຽວກັນ
7.
ມະນຸດທັງຫມົດໃນໂລກໄດ້ຮັບບໍຣິການທາງດ້ານສາທາຣະນຸປະໂພກຫລືປະຊາສົງເຄາະໃນລະ
ບົບລະບຽບອັນດຽວກັນ
8.
ມະນຸດທັງຫມົດໃນໂລກສາມາດຍ້າຍຖີ່ນຖານຫລືເລືອກຕັ້ງບ່ອນທີ່ຢູ່ອາສັຍໄດ້ທຸກແຫ່ງຫົນ
9.ມະນຸດທັງຫມົດໃນໂລກສາມາດຈັບຈ່ອງເປັນເຈົ້າຂອງຊັບສົມບັດທີ່ມາຈາກທັມຊາດທີ່ເຈົ້າຟ້າ
ພຣະຍາແຖນສ້າງມາໄວ້ໃຫ້ໂດຍບໍ່ມີການຄິດຄ່າ ຄືໃດ້ຟຣີ
(FREE)
ໂດຍສເພາະຢ່າງຍີ່ງໃດ້ແກ່ປັດໃຈ
4
ຢ່າງຄື
:
ກ
.
ດິນ
ຂ
.
ນໍ້າ
ຄ
.
ລົມ
ງ
. ໄ
ຟ
ຕົວຢ່າງ
:
ກ
.
ດິນ
ທຸກຄົນສາມາດຈັບຈ່ອງເປັນບ່ອນທີ່ຕັ້ງບ້ານເຮືອນຫລືເປັນບ່ອນທີ່ຢູ່ອາສັຍຟຣີໂດຍບໍ່ມີ
ການຊື້ຂາຍ ຜູ່ນື່ງມີສິດໄດ້
1 acre lot free
(
ອິງຕາມ
Location)
ດິນເມ່ນເປັນສົມບັດຂອງເຈົ້າຟ້າ
ພຣະຍາແຖນປະທານມາໃຫ້ມວນມະນຸດທຸກຄົນ ສະນັ້ນດິນນີ້ກໍຕ້ອງໄດ້ແຈກຢາຍຟຣີໃຫ້ແກ່ທຸກຄົນ
ຫມາຍເຫດ
:
ດິນນີ້ໃຫ້ຟຣີແຕ່ສະເພາະທີ່ເປັນບ່ອນຕັ້ງບ້ານເຮືອຫລືທີ່ຢູ່ອາສັຍເທົ່ານັ້ນ ສ່ວນດິນທີ່ໄດ້
ປ່ຽນຮູບໄປເປັນ
ທຸຣະກິຈນັ້ນກໍສາມາດຊື້ຂາຍກັນໄດ້
ຂ
.
ນໍ້າ
ທຸກຄົນສາມາດໃຊ້ຟຣິ ຖ້ານໍ້ານັ້ນຍັງບໍ່ທັນດັດແປງຫລືປ່ຽນຮູບ
(
ປັດຈຸບັນນີ້ກໍຟຣີຢູ່ແລ້ວ
)
ຄ
.
ລົມ ກໍຄື ອາກາດ
:
ທຸກຄົນສາມາດໃຊ້ຟຣີ ຖ້າອາກາດນັ້ນຍັງບໍ່ທັນດັດແປງຫລືປ່ຽນຮູບ
(
ປັດຈຸບັນນີ້ກໍຟຣີຢູ່ແລ້ວ
)
ງ
. ໄ
ຟ ກໍຄື ແສງຕາເວັນ
:
ທຸກຄົນສາມາດໃຊ້ຟຣີໄດ້ ຖ້າຫາກແສງຕາເວັນນັ້ນຍັງບໍ່ທັນດັດແປງ
ຫລືປ່ຽນຮູບ
(
ປັດຈຸບັນນີ້ກໍຟຣີຢູ່ແລ້ວ
)
III.
ຄໍາຖາມ
ທິດສະດີຂອງລັດທິແຖນນິຍົມນີ້ກໍເຫັນວ່າເປັນການດີ ແຕ່ບັນຫາກໍມີຢູ່ວ່າຈະເປັນໄປໄດ້ບໍ່
?
ເພາະການເວົ້ານັ້ນມັນງ່າຍແຕ່ວ່າການເຮັດນັ້ນມັນຍາກ
ຄໍາຕອບ
ແນ່ນອນທຸກສິ່ງຢ່າງທີ່ມະນຸດເຮັດນັ້ນມັນບໍ່ງ່າຍ ແຕ່ຖ້າເຈົ້າຟ້າພຣະຍາແຖນ ພຣະອົງພາ
ເຮັດພາທໍານັ້ນງ່າຍນ້ອຍດຽວແລະປັດຈຸບັນນີ້ກໍຄ່ອຍເລີ້ມເປັນໄປໃຫ້ເຮົາເຫັນຢູ່ແລ້ວ
ຕົວຢ່າງ
:
1.
ທ່ານເຄີຍຄິດບໍ່ວ່າ ສະຫະພາບໂຊວຽດຈະສູນຫາຍຕາຍໄປຈາກໂລກ ແຕ່ມັນກໍເປັນໄປແລ້ວ
2.
ສະຫະພາບຢູໂຣບ
EUROPEAN UNION ( EU)
ທ່ານເຄີຍຄິດບໍ່ວ່າ
18
ປະເທດຢູໂຣບ ຈະສາມາດຮ່ວມກຸ່ມກັນໄດ້ ແຕ່ມັນກໍເປັນໄປແລ້ວ
3.
ສະມາຄົມປະຊາຊາດແຫ່ງເອເຊັຍຕາວັນອອກສ່ຽງໃຕ້
ASEAN
ທ່ານເຄີຍຄິດບໍ່ວ່າ
10
ປະເທດໃນ
ASIA
ຈະເຂົ້າ
ຮ່ວມກຸ່ມກັນໄດ້ແຕ່ມັນກໍ່ເປັນໄປແລ້ວ
4.
ຄາດວ່າອີກບໍ່ດົນກຸ່ມປະເທດອາເມຣິກາລາຕິນຈະເຂົ້າຮ່ວມກຸ່ມເສຖກິຈເປັນອັນດຽວກັນ
5.
ຄາດວ່າອີກບໍ່ດົນກຸ່ມປະເທດຕາເວັນອອກກາງຈະເຂົ້າຮ່ວມກຸ່ມເປັນເສຖກິຈອັນດຽວກັນ
6.
ຄາດວ່າອີກບໍ່ດົນປະເທດມະຫາອໍານາດທັງຫມົດຈະເຂົ້າຮ່ວມກຸ່ມເປັນອັນດຽວກັນ
7.
ຄາດວ່າອົງການສະຫະປະຊາຊາດ
UNITED NATIONS (UN)
ນັ້ນລະຈະກາຍເປັນ
UNITED STATES OF UNIVERSE
ກໍຄືຈະເປັນປະເທດແລະເປັນຜູ່ບໍລິຫານຂອງໂລກ ແຕ່ບັນຫາ
ກໍມີຢູ່ວ່າມັນຈະເປັນໄປໄດ້ບໍ່? ແຕ່ມັນກໍເລີ້ມຄ່ອຍເປັນໄປແລ້ວ ນີ້ຄືຄໍາຕອບ ຂ້ອຍພຣະເຈົ້າ
ກ້າເວົ້າ
ໄດ້ວ່າ
ລັດທິແຖນນິຍົມ
ນີ້ລະຈະເປັນລັດທິຂອງມວນມະນຸດໂລກໃນສັຕວັດຕໍ່ໆໄປ
ການບໍຣິຫານມີດັ່ງນີ້ຄື
:
ຕົວຢ່າງ:
1.
ທຸກປະເທດໃນໂລກເຂົ້າມາຮວມກັນເປັນປະເທດດຽວ ແຕ່ລະປະເທດຄືເປັນພຽງຣັຖນຶ່ງເທົ່ານັ້ນ ແຕ່ລະຣັຖມີນາຍົກເປັນຜູ່ປົກຄອງ ຕົວຢ່າງຄ້າຍຄື ການບໍຣິຫານຂອງປະເທດ
USA
ປັດຈຸບັນ
2.
ຜູ່ທີ່ຈະເປັນ
President
ຕ້ອງມີການຂັດເລືອກໂດຍມີການປ່ອນບັດເອົາ ໂດຍມີປະຊາທິປະໄຕ
ທີ່ແທ້ຈິງ
3.
ການເລືອກຕັ້ງເອົາ
President
ຕ້ອງເລືອກກັນທຸກໆ
4
ປີ
President
ຜູ່ນື່ງຈະມີສິດຢູ່ໄດ້ຢ່າງ
ຫລາຍບໍ່ເກີນ
8
ປີ (ຄືຖືກເລືອຕັ້ງ 2 ເທື່ອໆລະ 4 ປີ = 8)
4.
ຜູ່ທີ່ຈະເປັນ
President
ແຕ່ລະວາຣະຕ້ອງປ່ຽນເຂດກັນ
(Zone)
ຕົວຢ່າງ ເຂດ
Asia,Europe,
Middle East, North America, South America and Australia
ດັ່ງນີ້ເປັນຕົ້ນ ຕົວຢ່າງເຮັດຄື
United nations
ໃນປັດຈຸບັນ
ຜົນດີທີ່ຈະໄດ້ຮັບ
BENEFITS.
1.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ການທີ່ຈະເປັນສົງຄາມແບ່ງແຍກ
ດິນແດນກັນດັ່ງທີ່ເຮົາເຫັນຢູ່ໃນປັດຈຸບັນນີ້ນັ້ນກໍຈະຫມົດໄປ
2.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ການເອົາລັດເອົາປຽບໂດຍສະເພາະ
ຢ່າງຍີ່ງ ປະເທດທີ່ມີຄວາມຈເຣີນນກ່ວາ ມີກໍາລັງທາງທະຫານເຫນືອກ່ວາ ມີປະຊາຊົນພົລ
ເມືອງ
ຫລາຍກ່ວາ ທີ່ພະຍາຍາມເອົາປະເທດທີ່ອອ່ນແອຫລືນ້ອຍກ່ວາມາເປັນຫົວເມືອງຂື້ນບໍ່ວ່າ
ທາງກົງຫລືທາງອອ້ມນັ້ນກໍຈະຫມົດໄປ
3.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ຊ່ອງຫ່ວາງຫລືຄວາມແຕກຕ່າງລະ
ຫວ່າງ
ຄົນຮັ່ງກັບຄົນມີກໍຈະຫລຸດຜ່ອນລົງ
4.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ມະນຸດທັງຫລາຍໃນໂລກຢູ່ພາຍໃຕ້
ກົດ
ຫມາຍອັນດຽວກັນ ສະນັ້ນຄວາມຍຸຕິແຖນ
(
ຍຸຕິທັມ
)
ຈະມີຕໍ່ທຸກຄົນ
5.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ທຸກຄົນໃຊ້ພາສາຂຽນຫລືປາກເວົ້າ
ພາສາດຽວກັນ ຄວາມເຂົ້າອົກເຂົ້າໃຈກັນກໍຈະສະດວກ ຕລອດເຖິງການສືກສາ ຕໍາຣາຕ່າງໆ
ກໍຈະເຂົ້າໃຈໄດ້ໃວດີຂື້ນ
6.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ມະນຸດທັງຫລາຍໃນໂລກຖືວ່າພວກ
ເຮົາຄືຄົນປະເທດດຽວກັນ ຖືວ່າພວກເຮົາຄືຄອບຄົວດຽວກັນ ສະນັ້ນຄວາມຮັກແພງກັນກໍຈະມີ
ຫລາຍຂື້ນ
7.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ຜູ່ທີ່ຄິດຈະເປັນໂຈນຫລືຈະເປັນ
ຂະໂມຍ
ປຸ້ນຈີ້ ຄ້າຂາຍຢາເສບຕິດຫລືກະທໍາຄວາມບໍ່ດີອື່ນໆຕໍ່ສັງຄົມກໍຈະລົດນ້ອຍຖອຍລົງເພາະເຖິງຈະທໍາໄ
ປ
ກໍຈະໄປບໍ່ລອດຄືບໍ່ມີປະເທດອື່ນໃດອີກແລ້ວທີ່ຈະໄປລີ້ຊ່ອນ
8.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ບັນຫາກ່ຽວກັບການອົບພະຍົບຫລືຫລົບ
ຫນີຂ້າມເຂດແດນລະຫ່ວາງປະເທດກໍຈະຫມົດໃປ ເພາະເຖິງຈະຢູ່ແຫ່ງໃດກໍຈະຢູ່ພາຍໃຕ້ຣັຖບານ
ກໍຄືປະເທດດຽວກັນ
9.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ທຸກຄົນຈະໄດ້ຮັບສວັດດີການຫລືສວັດ
ດີພາບ
ເທົ່າທຽມກັນ ສະນັ້ນຄວາມຢູ່ດີກິນດີກໍຈະໄດ້ຖືກແບ່ງປັນສເມີພາບກັນທົ່ວທຸກຄົນສັງຄົມກໍຈະຢູ່ດີ
ມີສຸຂ
10.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ງົບປະມານການໃຊ້ຈ່າຍທາງດ້ານການ
ທະຫານກໍບໍ່ຈໍາເປັນຕ້ອງມີຫລວງຫລາຍເພາະບໍ່ຮູ້ວ່າຈະຕຽມໄວ້ໄປລົບກັບໃຜ ເອົາງົບປະມານ
ສ່ວນນັ້ນ
ມາຫມູນໃຊ້ໃຫ້ແກ່ສາທາຣະນຸປະໂພກທາງສັງຄົມ ຖ້າເຮັດໃດ້ເຊັ່ນນີ້ຄົນໃນໂລກກໍຈະບໍ່ມີ
ໃຜອືດໃຜຫິວ
ອີກແລ້ວ
11.
ເມື່ອທຸກປະເທດໃນໂລກໂຮມກັນເຂົ້າເປັນປະເທດດຽວ ທຸກຄົນໃຊ້ເງິນສະກຸນດຽວກັນ ນໍາໄປ
ໃຊ້ໄດ້
ທົ່ວໂລກ ໂດຍຄຸນຄ່າຄົງເດີມ ຄວາມເອົາລັດເອົາປຽບທາງດ້ານການເງິນກໍຈະ
ຫມົດໄປເມື່ອເປັນເຊັ່ນນີ້
ຄວາມສາມັກຄີກໍຈະມີຫລາຍຂື້ນ
12.
ຖ້າທຸກຄົນຫາກເຫັນວ່າ ລັດທິແຖນນິຍົມ ນີ້ດີແລະຈະມີຜົລປະໂຍດຕໍ່ມວນມະນຸດທັງຫລາຍ
ກໍຈົ່ງພາກັນ
ປະຕິບັດໃຫ້ເກີດຜົນເປັນຈິງ ຂ້ອຍພຣະເຈົ້າຄິດວ່າພວກເຮົາສາມາດທໍາໄດ້
ເຈົ້າຟ້າພຣະຍາແຖນ ພຣະອົງ
ກ່າວໄວ້ວ່າ ສາສນາພຣະຍາແຖນ ກໍຄືລັດທິແຖນນິຍົມ ຈະ
ເປັນ ສາສນາໃຫມ່ຂອງມວນມະນຸດໂລກ ພວກທ່ານ
ຈະມັກຫລືບໍ່ມັກ ຈະຂັດຂວາງຫລືຕໍ່ຕ້ານກໍບໍ່
ມີບັນຫາ ທ່ານຈະສາມາດຄິດຕ່າງໄດ້ຫລືຂັດຂວາງມະນຸດດ້ວຍກັນໄດ້
ແຕ່ທ່ານຈະບໍ່ສາມາດຂັດ
ຂວາງເຈຕະນາລົມຂອງເຈົ້າຟ້າພຣະຍາແຖນໄດ້ ສາສນາແຖນ ກໍຄື ລັດທິແຖນນິຍົມ
ນີ້ລະ
ຈະປົກຄອງໂລກມະນຸດໃນໂອກາດຕໍ່ໄປ
ຫມາຍເຫດ
:
ຖ້າຫາກທ່ານຢາກຮ່ວມມືກັບພວກເຮົາ ຫລື ຢາກສນັບສນູນ ສາສນາແຖນ ກໍຄື ລັດທິແຖນນິຍົມ
ຕ້ອງການສອບຖາມລາຍຣະອຽດ ຫລື ຕ້ອງການຕິດຕໍ່ ຈົ່ງຄລິກ ກະດຸມຂ້າງລຸ່ມນີ້
CONTACT US:
ຄະຕິແຖນກ່າວໄວ້ວ່າ
ຖ້າເມື່ອໃດ ໃຊ້ລັດທິແຖນປົກຄອງໂລກ ຄວາມທຸກໂສກຈະຫາຍໄປ
LETS BUILD THE FUTURE TOGETHER