WELCOME TO PRAYATAN COUNTRY
ສາສນາ ພຣະຍາແຖນ
HOME
ABOUT US
PRAYATAN
AYUVATHANA
MILKY WAY
EMERALD BUDDHA
ENTERTAINMENT
PRAYATAN HALL
PRAYATANISM
GOD OF DEAD
STORE
ALKALINE
TANTRUST
CONTACT US
ພຣະຍາແຖນ
ຄື
ພຣະເຈົ້າ ສຣີອະຣິຍະ ເມດໃຕຣໂຍ
ມະນຸດທຸກຄົນແມ່ນລູກຫລານຂອງພຣະອົງ ເຖິງແມ່ນວ່າພວກເຂົາເຈົ້າເຫົ່ລານັ້ນຈະຫລົງລືມ
ຫລືບໍ່ນັບຖືພຣະອົງກໍຕາມ ແຕ່ພຣະຍາແຖນເຈົ້າຟ້າແຫ່ງຈັກກະວານກໍຍັງເບິ່ງແຍງຮັກແພງ
ແລະຄອຍຊ່ວຍເຫືລອພວກເຂົາເຈົ້າເຫົ່ລານັ້ນຢູ່ສເມີ
ພຣະແກ້ວມໍຣະກົຕ EMERALD BUDDHA
ພຣະແກ້ວມໍຣະກົຕອົງຈໍາລອງ
ພຣະແກ້ວມໍຣະກົຕອົງຈໍາລອງ
ດ້ວຍຄວາມສລຽວສລາດຂອງພຣະເຈົ້າໄຊຍະເສຖາທິຣາຊ ທີ່ເບີ່ງກ້ວາງມອງໄກ ທ່ານພຣະອົງ
ຮູ້ດີວ່າບໍ່ວັນໃດກໍວັນນື່ງບໍ່ໄວກໍຊ້າ ປະເທດເພື່ອນບ້ານຂອງຄົນດາວແນ່ນອນເຂົາຈະຍົກທັບເຂົ້າ
ມາຕີມາຍຶດຄອງເອົາປະເທດດາວຂອງພວກເຮົາໄປເປັນຫົວເມືອງຂື້ນ ໃນນັ້ນສີ່ງນື່ງທີ່ພວກເຂົາ
ຕ້ອງການແລະຢາກໄດ້ທີ່ສຸດນັ້ນກໍຄືອົງພຣະແກ້ວມໍຣະກົຕ ດ້ວຍເຫດນີ້ເອງເພື່ອຄວາມບໍ່ປມາດ
ທ່ານພຣະອົງຈຶ່ງໄດ້ສ້າງພຣະແກ້ວມໍຣະກົຕອົງນຶ່ງຂຶ້ນມາເປັນອົງຈໍາລອງແລະເພື່ອເປັນ
ການລວງຕາ
ແກ່ສັຕຣູ ພຣະແກ້ວມໍຣະກົຕອົງຈໍາລອງທີ່ຖືກສ້າງຂື້ນມາໃຫມ່ນີ້ມີຮູບຮ່າງຄ້າຍຄືກັນ
ກັບອົງທີ່ແທ້ຈິງ
ນັ້ນທຸກປະການ ແຕ່ສວ່ນທີ່ແຕກຕ່າງນັ້ນກໍຍັງມີປະກົດໄຫ້ເຫັນໄດ້ດັ່ງນີ້ຄື
:
1.
ຄໍາຖາມ
ພຣະແກ້ວມໍຣະກົຕອົງທີ່ແທ້ຈິງກັບອົງທີ່ຈໍາລອງນັ້ນແຕກຕ່າງກັນຄືແນວໃດ
?
ຄໍາຕອບ
ພຣະແກ້ວມໍຣະກົຕອົງທີ່ແທ້ຈິງນັ້ນສ້າງດ້ວຍແກ້ວມໍຣະກົຕແທ້ໆ ມີສີສັນແວວວາວ ສົດໃສ
ສາມາດປ່ຽນແປງສີສັນດ້ວຍພຣະອົເອງໄດ້ ແຕ່ລະຄົນເບີ່ງຈະເຫັນສີສັນຂອງອົງພຣະແກ້ວມໍຣະກົຕນັ້ນ
ແຕກຕ່າງ
ກັນໄປ ແກ້ວມໍຣະກົຕກໍຄືແກ້ວທີ່ມີວິນຍານສັກສິດ
( Emerald sacred spirit)
ສ່ວນພຣະແກ້ວມໍຣະກົຕອົງຈໍາລອງນັ້ນສ້າງດ້ວຍຫີນຢົກສີຂຽວ
(Jade)
ກໍຄືຫີນຢົກທັມດາໆທີ່ເຂົາເອົາມາ
ເຮັດເປັນຫົວແຫວນຫລືກ້ອງແຂນ ສວ່ນສີສັນນັ້ນຈະບໍ່ສົດໃສ ສີບໍ່ມີວິນຍານ ມອງເບີ່ງເປັນສີຂຸ່ນມົວ
2.
ຄໍາຖາມ
ພຣະແກ້ວມໍຣະກົຕອົງທີ່ສຍາມກໍຄືໄທຢືດໄປແລະກໍຢູ່ທີ່ປະເທດໄທຈົນເຖິງປັດຈຸບັນນີ້
ແມ່ນອົງແທ້ຫລືອົງຈໍາລອງ
?
ຄໍາຕອບ
ຄືດັ່ງທີ່ໄດ້ກ່າວມາຂ້າງເທີງແລ້ວນີ້ ຍ້ອນຄວາມປຣີຊາສາມາດ ຍ້ອນຄວາມສລຽວສລາດຂອງ
ພຣະເຈົ້າໄຊຍະເສຖາທິຣາຊ ທ່ານພຣະອົງຈື່ງໄດ້ສ້າງພຣະແກ້ວມໍຣະກົຕອົງຈໍາລອງນີ້ຂື້ນມາແລະ
ກໍນໍາເອົາມາປຣະດິສຖານໄວ້ນະທີ່ຫໍພຣະແກ້ວ ເມື່ອສັຕຣູຍົກທັບເຂົ້າມາຕີໃນຣາຊການຂອງ
ພຣະເຈົ້າອະນຸນັ້ນ ສີ່ງທີ່ພວກເຂົາໄດ້ໄປກໍຄື ພຣະແກ້ວມໍຣະກົຕອົງຈໍາລອງ ສະນັ້ນພຣະແກ້ວ
ມໍຣະກົຕ ອົງທີ່ສະຖິດຢູ່ໃນປະເທດໄທໃນປັດຈຸບັນນີ້ກໍຄື
ພຣະແກ້ວມໍຣະກົຕອົງຈໍາລອງ
ນັ້ນເອງ
ພຣະແກ້ວມໍຣະກົຕອົງທີ່ແທ້ຈິງ
ຄໍາຖາມ
ພຣະແກ້ວມໍຣະກົຕອົງທີ່ແທ້ຈິງນັ້ນສ້າງຂື້ນ ໃນປີໃດ? ສ້າງຢູ່ທີ່ປະເທດໃດ? ສ້າງຢູ່ເມືອງໃດ? ແມ່ນໃຜເປັນຄົນສ້າງ?
ແລະປັດຈຸບັນນີ້ທ່ານພຣະອົງສະຖິດຢູ່ໃສ?
ຄໍາຕອບ
ເນື່ອງຈາກວ່າປະວັດສາດເລື້ອງອົງພຣະແກ້ວມໍຣະກົຕມີຄວາມຍືດຍາວແລະສລັບສັບຊ້ອນ
ສະນັ້ນຈຶ່ງບໍ່ສາມາດທີ່ຈະຕອບໄດ້ນະທີ່ນີ້ ຖ້າຫາກວ່າ ທ່ານໃດທີ່ຢາກຮູ້ຄວາມຈິງ ຫລື ຢາກ
ຄົ້ນຄ້ວາສືກສາຫາຄວາມຈິງ ຄໍາຕອບທັງຫມົດມີຢູ່ໃນ ຄໍາພີ
ສາສນາພຣະຍາແຖນ
ສົນໃຈສັ່ງຈ່ອງກະຣຸນາ ຄລິກກະດຸມຂ້າງລຸ່ມນີ້.
(Coming Soon)
PRAYATAN BIBLE
ຄະຕິແຖນກ່າວໄວ້ວ່າ
ແຖນຄືຊີວິດ ແຖນຄືຈິດ ແຖນຄືວິນຍານ ແຖນຄືພຣະເຈົ້າ
LETS BUILD THE FUTURE TOGETHER