ພຣະຍາແຖນ
ຄື
ພຣະເຈົ້າ ສຣີອະຣິຍະ ເມດໃຕຣໂຍ
ມະນຸດທຸກຄົນແມ່ນລູກຫລານຂອງພຣະອົງ ເຖິງແມ່ນວ່າພວກເຂົາເຈົ້າເຫົ່ລານັ້ນຈະຫລົງລືມ
ຫລືບໍ່ນັບຖືພຣະອົງກໍຕາມ ແຕ່ພຣະຍາແຖນເຈົ້າຟ້າແຫ່ງຈັກກະວານກໍຍັງເບິ່ງແຍງຮັກແພງ
ແລະຄອຍຊ່ວຍເຫືລອພວກເຂົາເຈົ້າເຫົ່ລານັ້ນຢູ່ສເມີ
ສາສນາພຣະຍາແຖນ ສາສນາດັ້ງເດີມຂອງດາວ (ລາວ)
ຄໍາຖາມ:
ສາສນາພຣະຍາແຖນ ກັບອີກສາສນາບາງອັນ ທີ່ຄົນລາວເຮົາເຄີຍນັບຖືມາແຕ່ສະໃຫມດຶກດໍາບັນ ທີ່ຫລາຍຄົນພາກັນ
ເຂົ້າໃຈແລະເອີ້ນວ່າ ສາສະນາ ຜີຟ້າ ຜີແຖນ ແມ່ນອັນດຽວກັນຫືລບໍ່? ຖ້າຫາກວ່າບໍ່ແມ່ນອັນດຽວກັນມັນມີຄວາມແຕກ
ຕ່າງກັນຄືແນວໄດ?
ຄໍາຕອບ:
ຊົນເຊື້ອຊາດດາວ (ລາວ) ໃນສະໃຫມດຶກດໍາບັນຫລືໃນສະໃຫມປະຖົມບູຮານ ຄືກ່ອນປີ ຄສ 1353 ກ່ອນພຣະເຈົ້າຟ້າງຸ່ມ
ມະຫາຣາຊ ທ້ອນໂຮມລາວເຂົ້າມາເປັນ ອານາຈັກລາວລ້ານຊ້າງ ຊົນເຊື້ອຊາດດາວ ລາວ ຂອງພວກເຮົາກໍໄດ້ມີສາສນາ
ຂອງຕົນເອງຄື ສາສນາພຣະຍາແຖນ ຫລື ເອີ້ນສັ້ນໆກໍວ່າ ສາສນາ ແຖນ ແຕ່ຄົນພວກເຮົາສວ່ນຫລາຍຈະຮູ້ກັນໃນນາມ
ສາສນາ ຜີຟ້າ ຫືລ ຜີແຖນ ແຕ່ຕາມຄວາມເປັນຈິງແທ້ນັ້ນ ພວກເຮົາເອີ້ນຊື່ຂອງພຣະອົງບໍ່ຖືກກໍຄືພິດພາດອາດຈະ
ເປັນຍ້ອນສໍານຽງຂອງຄົນໃນບາງທ້ອງຖິ່ນກໍເປັນໄດ້ ແທນທີ່ຈະເອີ້ນວ່າ ສາສນາ ພີ່ຟ້າ ເລີຍກາຍໄປເປັນ ຜີຟ້າ ສາສນາ
ພີ່ແຖນ ເລີຍກາຍໄປເປັນ ຜີແຖນ ກໍບໍ່ແຕກຕ່າງຫຍັງກັບເຮົາເອີ້ນຄົນຊົນເຊື້ອຊາດ ດາວ ກາຍມາເປັນຄົນ ລາວ ດັ່ງນີ້
ເປັນຕົ້ນ ພຣະເຈົ້າຟ້າພຣະຍາແຖນ ພຣະອົງເປັນພຣະບິດາ ພຣະອົງເປັນປູ່ ເປັນພໍ່ເຖົ້າ ເປັນລູງ ເປັນອ້າຍເປັນພີ່ ເປັນຍາດທີ່ໃກ້ຊິດແທ້ໆຂອງມະນຸດຊົນເຊື້ອຊາດດາວ ຊື່ງໃນເມື່ອກ່ອນຕອນທີ່ພວກເຮົາຢູ່ເມືອງສວັນ ພວກເຮົາກໍເຄີຍ
ເປັນເທວະບຸດຫລືເທວະດາ ສນັ້ນຍ້ອນຄວາມໃກ້ຊິດສນິດແຫ້ນນ ທ່ານພຣະອົງຈຶ່ງອະນຸຍາດໄຫ້ພວກເຮົາເອີ້ນຊື່ຂອງ
ພຣະອົງສັ້ນໆກໍໄດ້ຄື: ພີ່ຟ້າ ຫືລ ພີ່ແຖນ (ພີ່ຫມາຍເຖິງອ້າຍຫລືເອື້ອຍ)
ພຣະຍາແຖນ ພຣະອົງເປັນພຣະເຈົ້າແຫ່ງຈັກກະວານ
ພຣະຍາແຖນ ພຣະອົງເປັນພຣະ ເຈົ້າຟ້າ ຂອງທຸກສັບພະສີ່ງໃນຈັກກະວານ
ພຣະຍາແຖນ ພຣະອົງເປັນພຣະເຈົ້າຟ້າແຫ່ງຈັກກະວານໃນນັ້ນຮວມເຖິງພຣະອົງເປັນພຣະເຈົ້າຟ້າຂອງທຸກ
ຫນ່ວຍໂລກ ໃນທົ່ວສຸດຂອບຟ້າຮອບຈັກກະວານ
ສນັ້ນພວກເຮົາມະນຸດຊົນເຊື້ອຊາດດາວ (ລາວ) ທັງຫລາຍ ພວກທ່ານຢ່າເຂົ້າໃຈຜິດແລະຢ່າໄດ້ເອີ້ນຖານັນດອນຂອງ
ພຣະອົງ ໄປໃນທາງທີ່ບໍ່ຖືກຕ້ອງ ຖ້າຫາກພວກທ່ານຍັງບໍ່ຮູ້ຫລືບໍ່ເຂົ້າໃຈທ່ານກໍເລີຍເອີ້ນຊື່ສຽງຮຽງນາມຂອງພຣະອົງ
ຜິດພາດກໍບໍ່ເປັນຫັຍງ ພຣະອົງກໍຈະອະພັຍໄຫ້ ແຕ່ຖ້າຫາກໃນເມື່ອທ່ານຮູ້ແລ້ວແຕ່ຍັງມີເຈຕະນາ ດູຖູກ ດູຫມິ່ນ
ຫລື ຕັ້ງແກ້ງເວົ້າຈາລັງກຽດສຽດສີ ຈະນອກຕົວຫືລໃນຕົວກໍຄືຫັວງທໍາລາຍກຽດສັກສີຂອງພຣະອົງແມ່ນຜິດຕໍ່
ນໍ້າພຣະທັຍຂອງພຣະອົງຢ່າງໃຫ່ຍຫລວງ ພວກເຮົາ (ຜູ່ຂຽນ) ຂໍເຕືອນຈົ່ງລະວັງ ທ່ານຈະບໍ່ມີທາງເລືອກ ພຣະເຈົ້າຟ້າ
ພຣະຍາແຖນຈະລົງໂທດທ່ານຢ່າງຫນັກຫນາສາຫັດ