ພຣະຍາແຖນ
ຄື
ພຣະເຈົ້າ ສຣີອະຣິຍະ ເມດໃຕຣໂຍ
ມະນຸດທຸກຄົນແມ່ນລູກຫລານຂອງພຣະອົງ ເຖິງແມ່ນວ່າພວກເຂົາເຈົ້າເຫົ່ລານັ້ນຈະຫລົງລືມ
ຫລືບໍ່ນັບຖືພຣະອົງກໍຕາມ ແຕ່ພຣະຍາແຖນເຈົ້າຟ້າແຫ່ງຈັກກະວານກໍຍັງເບິ່ງແຍງຮັກແພງ
ແລະຄອຍຊ່ວຍເຫືລອພວກເຂົາເຈົ້າເຫົ່ລານັ້ນຢູ່ສເມີ
ຫໍສະພາພຣະຍາແຖນ
PRAYATAN HALL
PRAYATAN HALL
ຫໍສະພາພຣະຍາແຖນ
1.ຄໍາຖາມ:
ຫໍສະພາພຣະຍາແຖນແມ່ນຫັຍງ?
ຄໍາຕອບ:
ຄືດັ່ງທີ່ທຸກຄົນຮູ້ນໍາກັນຢູ່ແລ້ວວ່າ ບໍ່ວ່າສາສນາໃດກໍຕາມເພີ່ນກໍຕ້ອງມີສະຖານທີ່ຮອງຮັບເພື່ອໃຊ້
ເປັນບ່ອນທີ່ເຕົ້າໂຮມຂອງສມາຊິກຜູ່ທີ່ຕ້ອງການມາສືກສາຫາຄວາມຮູ້ກ່ຽວກັບຄໍາສັງສອນສາສນາ
ຂອງເຂົາເຈົ້າ ສາສນາພຣະຍາແຖນກໍເຊັ່ນດຽວກັນ ສະຖານທີ່ຫືລບ່ອນຈະໃຊ້ໃຫ້ເປັນທີ່ເຕົ້າໂຮມ
ສມາຊິກຂອງສາສນາພຣະຍາແຖນນັ້ນເຮົາເອີ້ນວ່າ ຫໍສະພາພຣະຍາແຖນ (PRAYATAN HALL)
2.ຄໍາຖາມ:
ຫໍສະພາພຣະຍາແຖນນີ້ຕັ້ງຢູ່ໃສ?
ຄໍາຕອບ:
ປັດຈຸບັນນີ້ຍັງບໍ່ທັນມີຢູ່ທີ່ແຫ່ງໃດເທື່ອເພາະເຮົາກໍຫາລິເລີ້ມໃຫ່ມ ແຕ່ຕັ້ງໃຈໄວ້ວ່າຖ້າຫາກໄດ້ສະມາ
ຊິກພໍສົມຄວນໃຫ້ຄວາມອຸ້ມຊູແລະພໍມີທືນຈໍານວນນຶ່ງຄິດວ່າສະຖານທີ່ແຫ່ງທໍາອິດນັ້ນ ຈະຕັ້ງຢູ່ທີ່
ຮັຖຟລໍຣິດາ ປະເທດສຫະຮັຖອາເມຣິກາ State of Florida USA.
3.ຄໍາຖາມ:
ສາສນາພຣະຍາແຖນນີ້ ຖືກຕ້ອງຕາມກົດຫມາຍຫລືບໍ່?
ຄໍາຕອບ:
ສາສນາພຣະຍາແຖນມີກໍາເນີດເກີດທີ່ເມືອງດາວສວັນ ທີ່ມີອາຍຸຍືນຍາວ ມາເຖິງປັຈຸບັນນີ້ກໍນັບເປັນ
ເວລາ 63,000ປີ ແຕ່ກໍຫນ້າເສັຍດາຍທີ່ສາສນາທີ່ເກີດມາກ່ອນຫມູ່ຢູ່ໃນໂລກມະນຸດເຮົານີ້ ກາຍມາ
ເປັນສາສນາທີ່ໂລກລືມ ສາສນາພຣະຍາແຖນນີ້ເປັນສາສນາດັ້ງເດີມຂອງມະນຸດຊົນເຊື້ອຊາດດາວ
ຄົນດາວ ລາວ ສນັ້ນຍ້ອນສາຍເຫດອັນນີ້ ຂ້ອຍພຣະເຈົ້າ ໃນຖານະເປັນລູກເປັນຫລານຂອງຕະກຸນ
ເຊື້ອຊາດດາວ ເມື່ອພໍມີໂອກາດກໍເລີຍຢາກຂໍຕອບບຸນແທນຄຸນບັນພຣະບູຣຸດ ຂ້ອຍພຣະເຈົ້າຈື່ງໃດ້
ມາສືກສາຄົ້ນຄ້ວາກໍເພື່ອປະຕິຮູບ ເພື່ອຢາກເຮັດໃຫ້ສາສນາທີ່ເປັນສົມບັດຂອງຄົນດາວ ລາວ ອັນລໍ້າ
ຄ່ານີ້ຄືນຊີບຂື້ນມາອີກເທື່ອນື່ງ
ສາສນາພຣະຍາແຖນ ໄດ້ຖືກປະຕິຮູບແລະໄດ້ຂໍອະນຸຍາດຖືກຕ້ອງຕາມລະບຽບກົດຫມາຍທຸກສິ່ງຢ່າງ
ຈາກຣັຖຟລໍຣິດາ ປະເທດສຫະຣັຖອາເມຣິກາ
4.ຄໍາຖາມ:
ສາສນາພຣະຍາແຖນ ກັບສາສນາອື່ນ ແຕກຕ່າງກັນຄືແນວໃດ? ຈະມີຄົນເຊື່ອຖືບໍ່?
ຈະແຂ່ງກັບສາສນາອື່ືນໆນັ້ນໄດ້ບໍ່?
ຄໍາຕອບ:
ນັບວ່າເປັນຄໍາຖາມທີ່ດີຫລາຍ ຂໍຕອບດັ່ງນີ້ຄື:
ທຸກສາສນາມີວິທີການປະຕິບັດແຕກຕ່າງກັນ ໃນນັ້ນກໍຮວມເຖິງສາສນາແຖນນີ້ນໍາດ້ວຍ ແຕ່ມີສີ່ງດຽວຫືລຈຸດດຽວທີ່ຄື
ກັນນັ້ນກໍຄືທຸກສາສນາໂອບລົມສັ່ງສອນຄົນໃຫ້ເປັນຄົນດີ ສາສນາພຣະຍາແຖນບໍ່ແຂ່ງຂັນກັບໃຜແລະກໍບໍ່ແຂ່ງຂັນກັບ
ສາສນາອື່ນໃດທັງຫມົດ ຈະແຂ່ງຂັນກັບເພີ່ນໄດ້ແນວໃດ ເພາະວ່າເຮົາຈັ່ງຫາກໍລິເລີ້ມ ສ່ວນທີ່ວ່າຈະມີຄົນໃຫ້ຄວາມສົນໃຈ
ຫືລຈະມີຄົນເຊື່ອຖືຫລືບໍ່ນັ້ນເຮົາກໍຍັງບໍ່ຮູ້ ແຕ່ຂ້ອຍພຣະເຈົ້າຫມັ້ນໃຈວ່າ ສາສນາພຣະຍາແຖນຈະເປັນສາສນາທາງເລືອກ
ໃຫ່ມໃຫ້ແກ່ຜູ່ທີ່ສົນໃຈທີ່ຈະນໍາໃປສືກສາ ພ້ອມດຽວກັນ ຂ້ອຍພຣະເຈົ້າກໍຂໍອິງໃສ່ ພຣະເຈົ້າຟ້າແຫ່ງຈັກກະວານ ຖ້າຫາກ
ພຣະອົງຢາກໃຫ້ສາສນາ ພຣະຍາແຖນນີ້ກັບຟື້ນຄືນຊີບມາອີກຫືລບໍ່ນັ້ນກໍສຸດແລ້ວແຕ່ເຈຕະນາລົມຂອງ ທ່ານພຣະອົງ
ແຕ່ສວ່ນຂ້ອຍພຣະເຈົ້າຜູ່ທີ່ນໍາສາສນານີ້ມາປະຕິຮູບຈະທໍາຫນ້າທີ່ນີ້ໃຫ້ດີທີ່ສຸດ
5.ຄໍາຖາມ:
ການຈັດຕັ້ງຂອງສາສນາແຖນມີຄືແນວໄດ?
ຄໍາຕອບ:
ສາສນາແຖນ ຫືລ ສາສນາພຣະຍາແຖນ ພຣະເຈົ້າຟ້າພຣະຍາແຖນ ພຣະອົງຄືເຈົ້າຟ້າແຫ່ງຈັກກະວານຊື່ຂອງສາສນາ
ນີ້ກໍຄືໃນພຣະນາມຂອງທ່ານພຣະອົງເອງ ສນັ້ນພວກເຮົາຈະເຮັດໃປໂດຍບໍ່ມີກົດເກນແມ່ນບໍ່ໃດ້ເດັດຂາດແຕ່ລະຫນ້າທີ່ໆ
ຖືກມອບຫມາຍນັ້ນຕ້ອງມີກຽດມີສັກສີ ທໍາງານໃຫ້ດີໃຫ້ສົມກັບທ່ານພຣະອົງໃວ້ວາງໃຈ ພວກເຮົາມີຄະນະບໍຣິຫານການ
ຈັດຕັ້ງຂອງສາສນານີ້ຢ່າງຄັກແນ່ ສ່ວນຜູ່ທີ່ຈະນໍາຄໍາສັ່ງສອນຂອງສາສນານີ້ ໄປເຜີຍແຜ່ນັ້ນພວກເຮົາເອີ້ນວ່າ
ກອງທັບແຖນ ຫນ້າທີຖານະຕໍາແຫນ່ງ ມີຍົດຄ້າຍຄືກັນກັບທະຫານ ຄືຈາກພົນທະຫານເຖິງຂັ້ນນາຍພົນ ຊັ້ນຕໍາແຫນ່ງ
ທີ່ທ່ານຈະໃດ້ຮັບນັ້ນກໍແລ້ວແຕ່ການສືກສາແລະຄວາມສາມາດຂອງທ່ານເອງ
ຕົວຢ່າງ:
ກອງທັບແຖນ ຫນ້າທີຖານະຕໍາແຫນ່ງມີດັ່ງນີ້ຄື:
1.ຖ້າທ່ານສມັກເຂົ້າມາໃຫມ່ ທ່ານກໍມີຖານະ ຄືເປັນພົນທະຫານ
2.ຖ້າທ່ານຊັກຊວນສມາຊິກເຂົ້າມາໃດ້ 10 ຄົນ ທ່ານກໍມີຖານະຫນ້າທີ່ ເປັນນາຍສິບ
3.ຖ້າທ່ານຊັກຊວນສມາຊິກເຂົ້າມາໃດ້ 100 ຄົນ ທ່ານກໍມີຖານະຫນ້າທີ່ ເປັນນາຍຮ້ອຍ
4.ຖ້າທ່ານຊັກຊວນສມາຊິກເຂົ້າມາໃດ້ 1000 ຄົນ ທ່ານກໍມີຖານະຫນ້າທີ່ ເປັນນາຍພັນ
5.ຖ້າທ່ານຊັກຊວນສມາຊິກເຂົ້າມາໃດ້ 10,000ຄົນ ທ່ານກໍມີຖານະຫນ້າທີ່ ເປັນນາຍພົນ ດັ່ງນີ້ເປັນຕົ້ນ
6.ຄໍາຖາມ
ຜູ່ທີ່ຈະເຜີຍແຜ່ສາສນາພຣະຍາແຖນຕ້ອງມີເງື່ອນໄຂຫືລເປັນບຸກຄົນຄືແນວໃດ?
ສາສນາແຖນມີເຄື່ອງນຸ່ງຫົ່ມພິເສດບໍ່ (Uniform) ຖ້າມີເປັນຄືແນວໃດ?
ຄໍາຕອບ:
ທຸກຄົນໃຜກໍໄດ້ສາມາດເປັນທູດຂອງ ສາສນາພຣະຍາແຖນໄດ້ ແຕ່ທ່ານຜູ່ນັ້ນຕ້ອງໄດ້ສືກສາຄໍາສັ່ງ
ສອນຂອງແຖນໃຫ້ຮູ້ດີສົມຄວນຢ່າງນ້ອຍຕ້ອງໃຫ້ຮູ້ດັ່ງນີ້ຄື:
1.ກົດແຖນບັນຍັດ
2.ກົດບັດເທວະດາ
3.ກົດບູຊາພໍ່ແມ່
4.ກົດແພ່ຈິດເຖິງແກ່ນ
5.ກົດແຖນຄອງຄູ່
6.ກົດໄປສູ່ເມືອງສວັນ
7.ກົດຈັນຊ່ອງພູ
8.ກົດຄຣູເມືອງແມນ
9.ກົດແຖນຂັບຂີ່
10.ກົດຫນ້າທີ່ພາລະກິຈ
11.ກົດສິດເທວະດາ
12.ກົດອາຍຸວັດທະນາ
ນອກນັ້ນກໍຕ້ອງໃຫ້ຮູ້:
ກົດ 12
ຄອງ 15
ຢ່າ 17
21 ເກນ
ຕລອດເຖິງປະວັດແລະຄວາມເປັນມາຂອງສາສນາພຣະຍາແຖນ
ເພື່ອຄວາມເປັນລະບຽບຮຽບຮ້ອຍຈົບງາມ ເພື່ອເປັນການສົ່ງເສີມຂະນົບທໍານຽມປະເພນີແລະວັທະນະແຖນຂອງ
ດາວ ລາວ ສນັ້ນສະມາຊິກທຸກຄົນທີ່ເຂົ້າມາສືກສາແລະມາບາສີທີ່ຫໍສພາພຣະຍາແຖນ ທຸກໆວັນອາທິດຕ້ອງໃສ່ຊຸດ
ສເພາະພິເສດ (Uniform) ດັ່ງນີ້ຄື:
ກ.ສຸພາບສະຕີຣ ນຸ່ງສີ້ນໃຫມ ເສື້ອກະທັດລັດ ບ່ຽງແພ ເກົ້າຜົມ ຂັດປັກປິ່ນເກົ້າ
ຂ.ສຸພາບບູຣຸດ ນຸ່ງຜ້າຫາງ ເສື້ອຄໍກົມ ກະດຸມສີຄໍາ
ຄ.ເສື້ອທັງສຸພາບສະຕຣີແລະສຸພາບບູຣຸດຕ້ອງເປັນສີຂຽວ
7.ຄໍາຖາມ:
ຖ້າຕ້ອງການຢາກຊ່ວຍເຫລືອອຸ້ມຊູ ຫືລ ຕ້ອງການຂໍ້ມູນເພີ້ມຕື່ມຈະຕິດຕໍ່ໄດ້ຢູ່ໃສ?
ຄໍາຕອບ:
ພວກເຮົາມີຄວາມຍິນດີຖ້າທ່ານຈະໃຫ້ການຊ່ວຍເຫລືອທຸກເຊັນທຸກດອລລາ ທີ່ທ່ານບໍຣິຈາກ ເຈົ້າຟ້າແຫ່ງຈັກ
ກະວານ ພຣະຍາແຖນຮັບຮູ້ ຖ້າທ່ານຫາກຕ້ອງການຂໍ້ມູນຫືລລາຍລະອຽດເພີ້ມອີກຕື່ມ ກະຣຸນາຄລິກກະດຸມ
ຂ້າງລຸ່ມນີ້